ໃນວັນທີ 10/7/2020 ທ່ານ ຄຳສານ ສຸວົງ ຄະນະກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນ ສູງສຸດ ໄດ້ຈັດພິທີມອບ-ຮັບໃບກຽດຕິຄູນ ແລະ ປະດັບຫຼຽນຢ່າງສົມກຽດ ທີ່ສຳນັກກງານອົງການໄອຍະການປະຊາ ຊົນສູງສຸດ ໃຫ້ແກ່ ທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດ ລາວ ກອນສິນ ສາກົນ ເປັນຜູ້ດີເດັ່ນທີ່ມີຜົນງານເນື່ອງໃນ ໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 30ປີ.

ປະດັບລ່ຽນກຽດຕິຄຸນ

ໃນພິທີດັ່ງກ່າວ ທ່ານ ຄຳສານ ສຸວົງ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດ ລາວ ກອນສິນ ສາກົນ ທີ່ມີຜົນງານໄດ້ປະກອບສ່ວນສະໜັບສະໜູນໃຫ້ວຽກງານອົງການໄອຍະການປະຊາຊົນສູງສຸດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 30ປີ ທ່ານຍັງໄດ້ຍ້ອງຍໍ ທ່ານ ອາຊື ກອນສິນ ໄດ້ສ້າງຜົນງານໃຫ້ ພັກ-ລັດ ຕະຫຼອດມາ.

ມອບໃບກຽດຕິຄຸນ

ທ່ານ ອາຊື ກອນສິນ ໄດ້ຍິນດີຊົມເຊີຍວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 30ປີ ຢ່າງສະຫງ່າຜາ ເພີຍ ແລະ ໝັ້ນຍື່ນຕະຫຼອດໄປ ຢ່າງສຸດໃຈ ແລະ ໃນນາມປະທານຂອງກຸ່ມບໍລິສັດ ລາວ ກອນສິນ ສາກົນ ເຫັນໄດ້ ມີຄວາມໝາຍ-ຄວາມສຳຄັນ ທີ່ສົມຄວນປະກອບສ່ວນຊ່ວຍເຫຼືອສະໜັບສະໜູນອົງການໄອຍະການປະຊາຊົນ, ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງທ່ານ ຄຳສານ ສຸວົງ ໃນນາມຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທີ່ໄດ້ຍ້ອງຍໍຮັກແພງ ມອບໃບກຽດຕິຄູນ ແລະ ປະດັບຫຼຽນຢ່າງສົມກຽດ ແລະ ທາງກຸ່ມບໍລິສັດຈະສ້າງຜົນງານໃຫ້ ພັກ-ລັດຕື່ມ ກໍຄືອົງການໄອຍະການປະຊາຊົນສູງສຸດ.