ໃນວັນທີ11/2/2020, ສະມາຄົມມິດຕະພາບ ລາວ-ຈີນ ຮ່ວມກັບນະຄອນຫຼວງວຽງຈັນ ໃນນາມການມອບໝາຍ ຂອງລັດຖະບານແຫ່ງສປປລາວ ໄດ້ເປີດງານລະດົມທຶນເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍພະຍາດອັກເສບປອດຈາກເຊື້ອ ຈຸລະໂລກສາຍພັນໃໝ່ນະຄອນອູ່ຮັ່ນ ແຂວງຫູເປ ສປຈີນ. ໂດຍທ່ານສົມດີ ດວງດີ ຮອງນາຍົກ ລັດຖະມົນຕີກະຊວງ ການເງິນແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ກົມການເມືອງສູງກາງພັກ ເຈົ້າຂອງນະຄອນຫຼວງວຽງຈັນ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ຈຽງໄຈຕອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປຈີນ ປະຈຳ ສປປລາວ ພ້ອມດ້ວຍບັນດາຄະນະ ຮັບຜິດຂອບເປັນເຈົ້າພາບ ແລະ ບັນດາຜູ້ຕ່າງໜ້າສະມາຄົມການຄ້າ, ວິສາຫະກິດ ຜູ້ມີນ້ຳໃຈ ແລະ ແຂກທີ່ມີຮກ່ຽດ ເຂົ້າຮ່ວມ.

     ກ່ອນອື່ນ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະສະກັດກັ້ນ ແລະ ປ້ອງກັນພະຍາດໄວຣັສໂຄໂລນາ ນະຄອນຫຼວງວຽງຈັນ ໄດ້ຂື້ນກ່າວຈຸດປະສົງ.
ທ່ານ ຮສ ພູທອນ ເມືອງປາກ, ຮອງລັດຖະມົນຕິກະຊວງສາທາລະນະສຸກ ໄດ້ຂື້ນສະເໜີຄວາມອັນຕະລາຍ ແລະ ຜົນກະທົບຮ້າຍແຮງຂອງພະຍາດໄວຣັສໂຄໂລນາ.
ທ່ານ ປອ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ປະທານສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ໄດ້ກ່າວຄຳເຫັນສຳຄັນ.

     ທ່ານ Jing Zaidong ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປຈີນ ປະຈຳ ສປປລາວ ໄດ້ກ່າວຄຳເຫັນສຳຄັນ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີແຫ່ງ ສປ ປລາວ ໄດ້ໃຫ້ກຽດມີຄຳເຫັນລະດົມທຶນ ພ້ອມດ້ວຍ ທ່ານ ສິນລະວົງ ຄຸດໄພທູນ ກົມການເມືອງສູງກາງພັກ ເຈົ້າຂອງນະຄອນຫຼວງວຽງຈັນ ແລະ ຄະນະໄດ້ຂື້ນເວທີ ພ້ອມກັນ ຍົກມື້ຂື້ນຮ້ອງສຽງດັງໆເພື່ອໃຫ້ກຳລັງໃຈ: ຈີນຕ້ອງສູ້ສູ້ ອູ່ຮັ່ນສູ້ສູ້.

 ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ແລະ ບັນດາຜູ້ຕ່າງໜ້າສະມາຄົມ, 300ປ້າຍ ວິສາຫະກິດ, ຜູ້ມີນ້ຳໃຈ ແລະ ແຂກທີ່ມີກຽດ ພາກັນໄດ້ໃຫ້ອຸປະຖຳຊ່ວຍເຫຼືອ, ບັນດາເຈົ້າພາບງານກໍໄດ້ສະແດງ ຄວາມຂອບໃຈ ຍ້ອງຍໍ ແລະ ມອບໃບກຽດຕິຄຸນໃຫ້ຜູ້ທີ່ມີຄຸນງາມຄວາມດີ.