ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU)ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ ໃນການສົ່ງເສີມການຂາຍສີນຄ້າລາວ ໄປ ສປ ຈີນ ຮ່ວມກັບ ບໍລິສັດ ຊຽງໄຮ ຈືຈືຊາງ ຈຳກັດ ແລະ ກຸ່ມບໍລິສັດ ລາວ ກອນສິນ ສາກົນ

ໃນວັນທີ 12/04/2024, ອີງຕາມຂໍ້ຕົກລົງຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ແຕ່ງຕັ້ງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ ແລະ ແຕ່ງຕັ້ງ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າເປັນຜູ້ຕາງໜ້າ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນພິທີດັ່ງກ່າວ:

ທ່ານ ປອ ບົວວັນ ວິລະວົງໄດ້ ສະແດງຄວາມຂອບໃຈ ໃນການຮ່ວມມືຂອງຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າຮ່ວມກັບບໍລິສັດ ຊຽງໄຮ ຈືຈືຊາງ ຈໍາກັດ ແລະ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດຜ້ດຽວ ມີຈຸດປະສົງເພື່ອສຶກສາຄວາມເປັນໄປໄດ້ໃນການສົ່ງເສີມການຂາຍສິນຄ້າລາວໄປ ສປ ຈີນ ໂດຍສະເພາະປະເພດ ສິນຄ້າກະສິກຳກະສິກຳປຸງແຕ່ງ, ອຸດສາຫະກຳປຸງແຕ່ງ, ສິນຄ້າຢາພື້ນເມືອງ, ພ້ອມດຽວກັນນີ້, ຍັງສົ່ງເສີມດ້ານວິຊາການ ແລະ ການສະໜັບສະໜູນອື່ນໆ

ທ່ານ ອູຈູນ ຜູ້ອຳນວຍການ ບໍລິສັດ ຊຽງໄຮ ຈືຈືຊາງ ຈຳກັດ ກ່າວວ່າ: ພາກພູມໃຈໃນການຮ່ວມມືກັບຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກຸຸ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດຜູ້ດຽວ ລົງເລິກການຮ່ວມມືດ້ານວິຊາການ ເປັນຕົ້ນ ການສ້າງແຜນກິດຈະກຳ, ພັດທະນາເຕັກນິກວິຊາການ, ແຜນພັດທະນາຄຸນນະພາບຂອງສິນຄ້າລາວ ໃຫ້ໄດ້ມາດຕະຖານ ແລະ ສາມາດສົ່ງອອກສິນຄ້າລາວໄປຂາຍ ຢູ່ ສປ ຈີນ ພ້ອມທັງຮ່ວມມືສ້າງຕັ້ງຫ້ອງການ ແລະ ສາງ ກະຈາຍສິນຄ້າ ຢູ່ ສປປ ລາວ ແລະ ສ້າງສູນວາງສະ ແດງ ຢູ່ ສປ ຈີນ.

ທ່ານ ອາຊື ກອນສິນ ສະແດງວ່າ ມີຄວາມຮູ້ສຶກພາກພູມໃຈໃນການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແລະ ເຊື້ອໝັ້ນວ່າ: ພາຍຫຼັງເຊັນບົດບັນທຶກຄວາມເຂົ້າໃຈ (MOU)ແລ້ວ ຈະພະຍາຍາມປະຕິ ບັດໂດຍໄວ ເພື່ອໃຫ້ໄດ້ເກີດ ໝາກເກີດຜົນທີ່ສົມຄວນ.

ທ່ານ ອາຊື ກອນສິນ ສະແດງວ່າ ມີຄວາມຮູ້ສຶກພາກພູມໃຈໃນການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແລະ ເຊື້ອໝັ້ນວ່າ: ພາຍຫຼັງເຊັນບົດບັນທຶກຄວາມເຂົ້າໃຈ (MOU)ແລ້ວ ຈະພະຍາຍາມປະຕິ ບັດໂດຍໄວ ເພື່ອໃຫ້ໄດ້ເກີດ ໝາກເກີດຜົນທີ່ສົມຄວນ.