ຄະນະພັກອົງການປົກຄອງນະຄອນຫຼວງວຽງຈັນ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ຈັດງານວາງສະແດງຮູບພາບຜົນງານ ການພັດທະນາ ແລະ ຮູບພາບແຜນຜັງນະຄອນຫຼວງວຽງຈັນ ເພື່ອລະນຶກວັນຍຶດອຳນາດ 23 ສິງຫາ ຄົບຮອບ 45 ປີ (23 ສິງຫາ 1975 - 23 ສິງຫາ 2020) ວັນລັດຖະທໍາມະນູນຄົບຮອບ 29 ປີ ແລະ ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ໃນວັນທີ 21 ສິງຫາ 2020 ທີ່ຫ້ອງວ່າການປົກຄອງນະ ຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ທ່ານ ທອງສິງ ທຳມະວົງ ອາດີດນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວາດ ອາດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳພັກ-ລັດ, ອະດີດການນໍາພັກ-ລັດ ພະນັກງານປະຕິວັດອາວຸໂສ, ອົງການອ້ອມຂ້າງສູນກາງພັກ, ລັດຖະບານ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານລັດຖະກອນອ້ອມຂ້າງນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ນຳພາທ່ານ ນາງ ປານີ ຢາທໍ່ຕູ້ ພ້ອມດ້ວຍບັນດາທ່ານ ຢ້ຽມຊົມງຮູບພາບຜົນງານ ການພັດທະນາ ແລະ ຮູບພາບແຜນຜັງນະຄອນຫຼວງວຽງຈັນ ທີ່ໄດ້ວາງສະແດງຕ່າງໆ ແລະ ຈຸດສະແດງ ທາວເວີກອນສິນສາກົນ ພັດທະນາໂດຍກຸ່ມບໍລິສັດ ລາວ ກອນສິນ ສາກົນ (ບໍລິສັດ ກອນສິນ ພັດທະນາອາສັງຫາ ລິມະຊັບ ຈຳກັດ), ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຊົມເຊີຍນະຄອນຫຼວງວຽງຈັນໄດ້ມີຜົນງານການພັດທະນາ ແລະ ໂຄງການຕ່າງໆມີຄວາມຄືບໜ້າ ແລະ ຍ້ອງຍໍ ທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດ ລາວ ກອນສິນ ສາກົນ ໄດ້ປະສົບຜົນສຳເລັດໃນການພັດທະນາໂຄງການ. ທ່ານ ອາຊື ກອນສິນກໍໄດ້ສະແດງຄວາມຍິນດີ ນຳບັນດາທ່ານ ມາຢ້ຽມຊົມ ແລະ ຂອບໃຈພັກ-ລັດ ໂດຍສະເພາະແມ່ນອົງການປົກຄອງນະຄອນຫຼວງວຽງຈັນ ແລະ ພະແນກຕ່າງໆ ທີ່ໄດ້ສົ່ງເສີມຊຸກຍູ້ສະໜັບສະໜຸນຕະຫຼອດມາ ຈຶ່ງໄດ້ສຳເລັດເກີດໝາກເກີດຜົນໃນຄັ້ງນີ້.