ໃນວັນທີ 20/10/2023, ອີງຕາມຂໍ້ຕົກລົງຂອງທ່ານ ວິໄລ ຫຼ້າຄຳຟອງ ຮອງນາຍົກ ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ໄດ້ອະນຸມັດ ກະຊວງ ປກສ ຕ່າງໜ້າໂດຍ ກົມໃຫຍ່ພາລາທິການ ກັບ ກູ່ມບໍລິສັດ ລາວ ກອນສິນ ສາກົນ ເຊັນສັນຍາ (MOU) ໂຄງການຕິດຕັ້ງ GPS ໃສ່ຍານພາຫະນະຮ່ວມກັນ ຜ່ານການສຶກສາຄົ້ນຄ້ວາ ໂຄງການດັ່ງກ່າວ ມີຄວາມຈຳເປັນ ແລະ ຄວາມເປັນໄປໄດ້.

ໃນພິທີດັ່ງກ່າວ ທ່ານ ພູທອນ ພົນໂພສີລາຫົງ ຫົວໜ້າກົມເສດຖະກິດກ່າວວ່າ ທີ່ຜ່ານມາ ກະຊວງ ປກສ ໄດ້ ເອົາໃຈໃສ່ ແລະ ຮັບຮູ້ວ່າ ຄວາມສຳຄັນຂອງໂຄງການດັ່ງກ່າວ ຈະມີຄວາມໝັ້ນຄົງໃຫ້ປະເທດຊາດ ແລະ ຄວາມປອດໄພ ຍານພາຫະນະຂອງປະຊາຊົນ ດັ່ງນັ້ນ ຈະພະຍາຍາມດຳເນີນການ ແລະ ຈັດຕັ້ງປະຕີບັດ ໄດ້ໂດຍໄວຕາມຂັ້ນຕອນ.

ການເຊັນສັນຍາໃນຄັ້ງນີ້ ມີ ທ່ານ ພົຕ ທອງສຸກ ຢ່າເອີລາວລີ ຫົວໜ້າກົມໃຫຍ່ພາລາທິການ, ທ່ານ ພົຈວ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພາລາທິການ, ບັນດາຜູ້ຕ່າງໜ້າມາຈາກພາກສ່ວນຕ່າງໆ, ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ແລະ ບັນດາແຂກທີ່ມີກ່ຽດເຂົ້າຮ່ວມ ແລະ ໄດ້ຮັບຜົນສຳເລັດຢ່າງຈົບ ງາມ.