ໃນວັນ6/10/2018, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມພິທີເປີດ ກຸ່ມບໍລິສັດ ລາວ ກອນສີນສາກົນ ຈຳກັດ.

ໄດ້ມີທ່ານ ຄຳໝັ້ນ ສູນວິເລີດ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ ລັດຖະມົນຕີກະຊວງພາຍໃນ, ທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານອົງການກວດກາແຫ່ງລັດ, ທ່ານ ພຈວ ບຸນມີ ແສງຄຳຢອງ ຫົວໜ້າກົມໃຫຍ່ສົນຕິບານ ກະຊວງ ປກສ, ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດລາວ ກອນສີນສາກົນ ຈຳກັດ ແລະ ບັນດາທ່ານຫົວໜ້າ ນັກວິຊາສະເພາະ ແຂກທີ່ ໄດ້ຮັບເຊື້ອເຊີນ ໄດ້ໃຫ້ກຽດເຂົ້າຮ່ວມພິທີ.

ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຂື້ນກ່າວຄຳປະໄສວ່າ ໃນນາມຫ້ອງການປົກຄອງນະ ຄອນຫຼວງ ຈະສະໜັບສະໜູນ ແລະ ຊ່ວຍເຫຼືອ ກຸ່ມບໍລິສັດລາວ ກອນສີນສາກົນ ຈຳກັດ ເພື່ອພັດທະນາໃຫ້ຈະເລີນຮຸ່ງເຮືອງ ແລະ ປະກົດຕ່າງຝ່າຍຕ່າງໄດ້ຜົນປະໂຫຍດໃນການຮ່ວມມືລະຫວ່າງສາກົນ.

ປະທານໃຫຍ່ ທ່ານ ອາຊື ກອນສິນ

ປະທານໃຫຍ່ ທ່ານ ອາຊື ກອນສິນ ເປີດພິທີ ຢ່າງເປັນທາງການ

ກຸ່ມບໍລິສັດລາວ ກອນສິນສາກົນ ຈໍາກັດ

ພິທີເປີດໂຕຢ່າງເປັນທາງການຂອງກຸ່ມບໍລິສັດລາວ ກອນສິນສາກົນ ຈໍາກັດ

ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດລາວ ກອນສີນສາກົນ ຈຳກັດ ໄດ້ຂໍສະແດງຄວາມຂອບໃຈ ທາງພັກ-ລັດ ແລະ ແຂກທີ່ມີກຽດ ບັນດາທ່ານທີ່ໄດ້ຊຸກຍູ້ສົ່ງເສີມ ໃຫ້ການສະໜັບສະໜູນ ແລະ ຄວາມເຊື້ອຖື. ກຸ່ມບໍລິສັດ ຈະກຳໂອກາດ ໜຶ່ງແນວທາງໜຶ່ງເສັ້ນທາງ ໃນການພັດທະນາຂົງເຂດອາຊີ ເພີ້ມທະວິການຮ່ວມມືກັບອົງການວິຊາສະເພາະໃນທົ່ວໂລກ
ຍົກສູງລະດັບ ແລະ ຄູນນະພາບການບໍລິການ, ອີງໃສ່ອັນລະດັບໜຶ່ງ ມາກຕະຖານເຕັກນິກທຸກດ້ານວິຊາສະເພາະ ເພື່ອ ໄດ້ສ້າງຜົນງານອັນສົມຄວນໃຫ້ການພັດທະນາເສດຖະກິດ ຂອງກຸ່ມບໍລິສັດ ກໍຄືປະເທດຊາດລາວ.

ປະທານໃຫຍ່ ທ່ານ ອາຊື ກອນສິນ ພ້ອມດ້ວຍຄະນະ

ປະທານໃຫຍ່ ທ່ານ ອາຊື ກອນສິນ ພ້ອມດ້ວຍຄະນະ