ໃນວັນທີ25/2/2020 ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ໄດ້ຕ່າງໜ້າ ກຸ່ມບໍລິສັດ ປະກອບສ່ວນສະໜັບສະໜູນ ເນື່ອງໃນໂອກາດ ພະນັກງານການນຳ ພັກ-ລັດ ທີ່ມາບຳລຸງວຽກ ປກຊ - ປກສ ຊຸດທີ XVIII ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ. ໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາ ແລະ ທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງເມືອງບຸນເນື້ອ ແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ຮັບຕອນຢ່າງສຸດໃຈ.