ພວກເຮົາໄດ້ຢຶດຖື ຄວາມຊື່ສັດ ດຸໝັ່ນ ຮັບຜິດຊອບ ອົດທົນ ສູ້ຊົນ ສາມັກຄີ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ

ນັບ​ຕັ້ງແຕ່​ວັນ​ສ້າງຕັ້ງສາຂາ​ບໍລິສັດ​ ແລະ ກຸ່ມ​ບໍລິສັດ​ ລາວ ​ກອນ​ສິນ​ ສາກົນ​ ຈໍາກັດ ທີ່​ຜ່ານ​ມາ, ທາງ​ກຸ່ມ​ບໍລິສັດ​ຂອງ​ພວກ​ເຮົາ​ກໍ່​ໄດ້​ຢຶດ​ຖື​ຄວາມ​ຊື່ສັດ, ດຸ​ໝັ່ນ, ຮັບຜິດຊອບ, ​ອົດທົນ, ສູ່ຊົນ, ສາມັກຄີ, ​ພັດທະນາ​ຕະຫຼອດ​ມາ ຢຶດ​ຖື​ເອົາ​ການ​ບໍລິການສັງຄົມ ແລະ ລູກ​ຄ້າ​ເປັນ​ຫຼັກ​ ນຳ​ໃຊ້​ວິຊາ​ສະເພາະ, ຄຸນນະພາບ, ​ບໍລິຫານ, ຄວາມ​ປອດ​ໄພ, ຮັບ​ປະກັນ​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະໄໝ. ການ​ພັດທະນາ​​ກຸ່ມ​ບໍລິສັດ​ໄດ້​ຮັບຜົນສໍາເລັດເທື່ອ​ລະ​ກ້າວ, ພວກເຮົາຢຶດຖື​ຄວາມ​ສັດຊື່​ ຈິງໃຈບໍລິການ​ລູກ​ຄ້າ ແລະ ສັງຄົມ, ​ກ້າວໄປ​ສູ້​ຄວາມ​ສຳເລັດ.

 

ໃນ​ການ​ດຳເນີນ​ທຸລະ​ກິດ​ໃນ​ອະນາ​ຄົດ ຂອງກຸ່ມ​ບໍລິສັດ ​ລາວ ກອນ​ສິນ​ ສາກົນ ຈໍາກັດ ຈະ​ໄດ້​ເຂັ້ມ​ງວດ, ປະຕິ​ຮູບ​ ແລະ ປັບປຸງໃໝ່ຂື້ນເລື້ອຍໆ ຈະ​ຮັກສາ​ຈຸດ​ດີເດັ່ນ ແລະ ຍົກ​ສູງ​ຄຸນນະພາບທາງ​ດ້ານ​ທຸລະ​ກິດ, ​ສ້າງສາ ກຸ່ມ​ບໍລິສັດ​ເປັນ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາມາດ​ລະດັບສູງ ເຂົ້າ​ສູ່ເວທີສາກົນ, ພາໃຫ້​ປະຊາຊົນ​ລາວ​ມີ​ຄວາມ​ພູມໃຈ​ທີ່​ມີ​ວິ​ສາຫະ​ກິດ​ລາວ​ເຂົ້າ​ໃນ​ລະດັບ​ໜ້າ​ຂອງ​ໂລກ.

ຂ້າພະເຈົ້າ​ໃນ​ນາມ​ປະທານ​ໃຫຍ່​ຂອງກຸ່ມ​ບໍລິສັດ ລາວ ​ກອນ​ສິນ​ ສາກົນ​ ຈໍາກັດ ໄດ້ນໍາພາ​ບໍລິຫານບັນດາບໍລິສັດ ແລະ ກຸ່ມ​ບໍລິສັດ ມາ​ເປັນ​ເວລາ​ຫຼາຍ​ປີ ໄດ້ປະຕິບັດ​ດ້ວຍຄວາມໝັ້ນ​ໃຈ ເປັນໄປຕາມເປົ້າ​ໝາຍ​ໃນແຜນການ ແລະ ​ອຸດົມ​ການ ດ້ວຍຄະຕິ​ທີ່​ວ່າ :

ບໍ່​ມີ​ໂອກາດ ຊອກ​ຫາ​ໂອກາດ, ມີ​ໂອກາດແລ້ວ ຮັກສາໂອກາດ, ພັດທະນາໂອກາດ ຈຶ່ງສໍາເລັດແນ່ນອນ.  

ດັ່ງນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ: ໃນຄວາມພະຍາຍາມ, ອົດທົນ, ສູ່ຊົນສຸດຄວາມສາມາດ ໄດ້ນໍາພາໃຫ້ກຸ່ມບໍລິສັດເຂົ້າສູ່ລະດັບໜ້າຂອງໂລກ.