ໃນວັນທີ 22/02/2023 ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບຫຼຽນກາ ປກສ ໃຫ້ ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ກອນສິນ ສາກົນ ຈໍາກັດຜູ້ດຽວ ແລະ ບໍລິສັດທີ່ມີຄຸນງາມຄວາມດີ ແລະ ຜົນງານ ຈຳນວນ 20 ບໍລິສັດ ແລະ ມອບລາງວັນໃຫ້ຄະນະນັກກິລາກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ມີຜົນງານໃນການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄັ້ງທີ່ XI ທີ່ແຂວງຊຽງ

ຂວາງ ໂດຍອີງຕາມຂໍ້ຕົກລົງວ່າດ້ວຍ ການມອບຫຼຽນກາ ປກສ ແລະ ການຍ້ອງຍໍ ຂອງທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ໃນພິທີດັ່ງກ່າວ ທ່ານ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມອບຫຼຽນກາ ປກສ ໃຫ້ບັນດາຜູ້ຕ່າງໜ້າຂອງາບໍລິສັດ ແລະ ມອບລາງວັນໃຫ້ຄະນະນັກກິລາກະຊວງປ້ອງກັນຄວາມສະຫງົບ ທ່ານຍັງໄດ້ກ່າວສະແດງ ຄວາມຂອບໃຈ ຊົມເຊີຍຄຸນງາມ

ຄວາມດີ ແລະ ຜົນງານດັ່ງກ່າວ ຈະໄດ້ຈາລຶກເຖິງຄຸນງາມຄວາມດີ ແລະ ບັນທຶກໄວ້ໃນປື້ມຜົນງານ ລວມຂອງກຳລັງປ້ອງກັນຄວາມສະຫງົບ.