ໃນວັນທີ 3/2/2019, ລັດວິສາຫາກິດ ການບິນລາວ ແລະ ກຸ່ມບໍລິສັດລາວ ກອນສິນສາກົນ ພ້ອມດ້ວຍບໍລິສັດ ພັດທະນາທ່ອງທ່ຽວຈີນ – ຣັດເຊຍ ຈຳກັດ,ໄດ້ຈັດພິທີເປີດຖ້ຽວບິນປະຖົມມະເລີກ ຈາກນະຄອນຫຼວງວຽງຈັນ ສປປລາວ ໄປຫາ ເມືອງເຫວິ່ນໂຈ ສປຈີນ ໂດຍກົງ. ໄດ້ໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ແສງປະເສີດ ຮອງອຳນວຍການ ລັດວິສາຫາກິດ ການບິນລາວ ພ້ອມດ້ວຍຄະນະ, ທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດລາວ ກອນສິນສາກົນ ພ້ອມດ້ວຍຄະນະ ແລະ ບັນດາທ່ານແຂກ. ການເປີດຖ້ຽວບິນໃນຄັ້ງນີ້ ໄດ້ເພີ້ມທະວີສາຍພົວພັນລະຫວ່າງ ລັດຖະບານຈີນ ແລະ ລາວ ກໍ່ຄືປະຊາຊົນສອງຊາດໄດ້ໃກ້ຊິດຂື້ນ, ການໄປມາຫາສູ່ກັນໄດ້ມີຄວາມສະດວກກ່ວາເກົ່າ, ໄດ້ປະກອບສ່ວນຜົນງານໃຫຍ່ຫຼວງ ໃນປີທ່ອງທ່ຽວລາວ-ຈີນ 2019.