ໃນວັນທີ 18/06/2020 ທ່ານ ຄຳຜອງ ວິຈິດ ຮອງຫົວໜ້າກົມກວດກາ ກວດການ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ມອບໃບກຽດຕິຄຸນ ໃຫ້ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດ, ທ່ານ ຄຳຜອງ ວິຈິດ ໄດ້ສະແດງຄວາມຂອບໃຈ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ທີ່ມີຜົນງານໄດ້ປະກອບ ສ່ວນອຸປະຖໍາເຄື່ອງກິລາ ເນື່ອງໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ່ V ຂອງອົງຄະນະພັກກະຊວງ ປກສ ແລະ ຜົນງານດັ່ງກ່າວຈະໄດ້ບັນທຶກໄວ້ໃນປື້ມຜົນງາມລວມຂອງກົມກວດກາ ກວດການ, ທ່ານປະທານ ອາຊື ກອນສິນ ກໍ່ໄດ້ອວຍພອນໄຊອັນປະເສີດໃຫ້ ທ່ານ ຄຳຜອງ ວິຈິດ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ ແລະ ປະຕິບັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບ ໃຫ້ໄດ້ປະສົບຜົນສໍາເລັດທຸກໆວຽກງານ.

ຂ່າວ ປ ກ ສ