ໃນວັນທີ 24/7/2020, ທ່ານ ອາຊື ກອນສິນ ປະທານ ກູ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດ ໄດ້ປະກອບສ່ວນມອບເງິນຊ່ວຍເຫຼືອ ຈໍານວນ 48,000,000 ກີບ, ບໍລິສັດ ພົງຊັບທະວີ ມອບເງິນຊ່ວຍເຫຼືອຈໍານວນ 30,000,000ກີບ, ບໍລິສັດ ວັດພູ ມອບເງິນຊ່ວຍ

ເຫຼືອຈໍານວນ 10,000,000ກີບ ເພື່ອຊຸກຍູ້ເຂົ້າໃນຂະບວນການແຂ່ງຂັນກິລາຕີກ໋ອບ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີV ຂອງອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ

ຕ່າງໜ້າຮັບໂດຍທ່ານ ນາຍພົນຈັດຕະວາ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສວນກ່ຽວຂອງເປັນສັກຂີພະຍານ ໃນໂອກາດດັ່ງກ່າວ ທ່ານຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບກໍ່

ໄດ້ສະແດງຄວາມຂອບໃຈຕໍ່ກັບ 3 ບໍລິສັດທີ່ໄດ້ເຫັນຄວາມສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບ ແລະ ທ່ານໄດ້ກ່າວວ່າຈະນໍາເອົາເງິນຈໍານວນດັ່ງກ່າວໃຊ້ໃນວຽກງານວິຊາສະເພາະ ແລະ ວຽກງານຕ່າງໆ ໃຫ້ເກີດປະໂຫຍດສູງສຸດ.