ໃນວັນທີ 31/8/2020, ທ່ານ ທອງສິງ ທຳມະວົງ ອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ມາຢ້ຽມຢາມກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ ຮັບຕ້ອນໂດຍ ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ ພ້ອມດ້ວຍຄະນະ

ທ່ານ ທອງສິງ ທຳມະວົງ ໄດ້ສະແດງຄວາມດີ ແລະ ຂຽນຄຳຂັວນ ທີ່ໄດ້ມາຢາມກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ ທີ່ໄດ້ຕ້ອນຮັບດ້ວຍຄວາມອົບອຸ່ນເປັນກັນເອງ ຂໍອວຍພອນໃຫ້ກຸ່ມບໍລິສັດ ຈົ່ງພັດທະນາກ້າວຂື້ນ ເພື່ອສ້າງ ຄວາມຮັ່ງມີເຂັ້ມແຂງໃຫ້ແກ່ກຸ່ມບໍລິສັດ ແລະ ປະກອບສ່ວນພັດທະນາ ສປປ ລາວ ໃຫ້ຮັ່ງມີເຂັ້ມແຂງ ແລະ ອວຍ ພອນປະທານກຸ່ມບໍລິສັດຈົ່ງມີຄວາມຜາສຸກຕະຫຼອດໄປ.

ໃນໂອກາດດັ່ງກ່າວ ທ່ານ ອາຊື ກອນສິນ ກໍໄດ້ສະແດງຄວາມຍິນດີນຳ ທ່ານ ທອງສິງ ທຳມະວົງ ທີ່ໄດ້ມາຢ້ຽມຢາມ ໃນຄັ້ງນີ້ ຈະນຳເອົາຄຳຂັວນຂອງທ່ານ ແລະ ຈະພະຍາຍາມສຸດຄວາມສາມາດສ້າງຜົນງານ ເພື່ອພັດທະນາເສດຖະກິດ ຂອງຊາດ ແລະ ຄວາມສຸກຂອງປະຊາຊົນ ພ້ອມນັ້ນຍັງອວຍພອນໃຫ້ທ່ານຈົ່ງມີສຸຂະພາບແຂງແຮງ ແລະ ອາຍຸໝັ້ນຍືນ