ໃນວັນທີ 16/06/2023, ກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບໃບຍ້ອງຍໍໃຫ້ ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດຜູ້ດຽວ ຢູ່ທີ່ສຳນັກງານໃຫຍ່ສະພາແຫ່ງຊາດ ໃນພິທີດັ່ງ ກ່າວ ທ່ານ ນາງ ມະນີວັນ ເຢຍປາວເຮີ ຮອງປະທານກອງທຶນຊ່ວຍເຫຼືອສັງຄົມ ສະພາແຫ່ງຊາດ ໄດ້ສະແດງຄວາມ ຂອບໃຈມາຍັງ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ທີ່ໄດ້ປະກອບສ່ວນສ້າງຜົນງານໃຫ້ແກ່ສັງຄົມ