ພວກເຮົາໄດ້ຍຶດຖື ຄວາມຊື່ສັດ, ດຸໝັນ, ຄວາມຮັບຜິດຊອບ, ອົດທົນ ແລະ ການພັດທະນາຕະຫຼອດໄປ.

ນັບຕັ້ງແຕ່ວັນສ້າງຕັ້ງ ສາຂາບໍລິສັດສັດ ແລະ ກຸ່ມບໍລິສັດລາວກອນສິນສາກົນຈໍາກັດ ທີ່ຜ່ານມາ ທາງກຸ່ມບໍລິສັດຂອງພວກເຮົາກໍ່ໄດ້ຍຶດຖືຄວາມຊື່ສັດ, ດຸຫນັນ, ຄວາມຮັບຜິດຊອບອົດທົນ, ການພັດທະນາ ແລະ ປັບປຸງຕະຫຼອດມາຍຶດຖືເອົາການບໍລິການ ສັງຄົມ, ລູກຄ້າເປັນຫຼັກນໍາໃຊ້ວິຊາສະເພາະ, ຄຸນະພາບບໍລິຫານ, ຄວາມປອດໄພ ຮັບປະການດ້ານເຕັກໂນໂລຢີທີ່ທັນສະໄໝ. ການພັດທະນາໃຫ້ກຸ່ມບໍລິສັດໄດ້ເທື່ອລະກ້າວ, ຖືຄວາມສັດຊື່ໃຫ້ກັບລູກຄ້າ ແລະ ເພື່ອຜົນປະໂຫຍດຂອງລູກຄ້າ ແລະ ສັງຄົມເພື່ອໄປສູ້ຄວາມສໍາເລັດ.

ທ່ານ ປະທານໃຫຍ່ ອາຊື ກອນສິນ

ວິໃສ່ທັດ ດ້ານການລົງທຶນ ຂອງ ປະທານໃຫຍ່ ກຸ່ມບໍລິສັດລາວ ກອນສິນສາກົນ

ໃນການດໍາເນີນທຸລະກິດໃນອານາຄົດ ກຸ່ມບໍລິສັດລາວ ກອນສິນສາກົນ ຈະໄດ້ເຂັ້ມງວດ, ຄວາມກ້າວໜ້າ ປະຕິຮູບໃໝ່ ຈະຮັກສາຈຸດດີເດັ່ນ ແລະ ຍົກສູງຄຸນະພາບ ທາງດ້ານທຸລະກິດ, ພະຍາຍາມສ້າງສາ ກຸ່ມບໍລິສັດເປັນວິສາຫະກິດທີ່ມີຄວາມສາມາດແຂງແຮງເຂົ້າສູ້ສາກົນ. ພາໃຫ້ປະຊາຊົນລາວມີຄວາມພູມໃຈທີ່ມີວິສະຫະກິດລາວເຂົ້າໃນລະດັບໜ້າຂອງໂລກ.

ຂ້າພະເຈົ້າໃນນາມປະທານໃຫຍ່ຂອງ ກຸ່ມບໍລິສັດ, ໄດ້ບໍລິຫານສາຂາບໍລິສັດ ແລະ ກຸ່ມບໍລິສັດ ກອນສິນສາກົນ ຈໍາກັດມາເປັນເວລາຫຼາຍປີ ປະຕິບັດຕາມຄວາມ ໝັ້ນໃຈ ແລະ ເປົ້າໝາຍໃນ ແຜ່ນການ ຂອງອຸດົມການ ແລະ ຄະຕິທີ່ວ່າ " ບໍ່ມີໂອກາດ, ຊອກຫາໂອກາດ, ມີແລ້ວໂອກາດ, ຮັກສາໂອກາດ, ພັດທະນາໂອກາດ ຈຶ່ງສາມາດໄປສູ່ຄວາມສໍາເລັດໄດ້ ".  ຂ້າພະເຈົ້າເຊື້ອໃຈວ່າໃນຄວາມພະຍາຍາມ ແລະ ການດິນດົນສຸດຂີດ ສາມາດນໍາພາ ກຸ່ມບໍລິສັດ ແລະ ຄວາມຈະເລີນ ກ້າວເຂົ້າສູ່ລະດັບສາກົນ ແລະ ທົ່ວໂລກ.