ໃນວັນທີ 25/08/2022 ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິເຊັນສັນຍາ ວ່າດ້ວຍການທົດລອງດໍາເນີນທຸລະກິດຊັບສິນດິຈິຕອນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕາງໜ້າໂດຍກົມເຕັກໂນໂລຊີດິຈິຕ໋ອນ ແລະ ກຸ່ມບໍລິສັດ ກອນສິນ ສາກົນ ຈຳກັດຜູ້ດຽວ ພ້ອມດ້ວຍເຊັນສັກຂີພິຍານຂອງຜູ້ຕ່າງໜ້າກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟໄຟ້ລາວ ໂດຍການເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຕສ.

ໃນໂອກາດນີ້, ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄຳເຫັນວ່າ: ການທົດລອງທຸລະກໍາຊັບສິນດິຈິຕອນ ຢູ່ ສປປ ລາວ ເປັນວຽກງານໃໝ່ ຊື່ງຈະສາມາດສ້າງຖານລາຍຮັບໃໝ່ທີ່ເປັນເງິນ ຕາ ເຂົ້າມາເພີ່ມຄັງແຮເງິນຕາຂອງລັດຖະບານ ໂດຍທີ່ລັດຖະບານເຮົາບໍ່ໄດ້ລົງທຶນ ມີແຕ່ມອບໃຫ້ກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງອອກລະບຽບການຄຸ້ມຄອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ຊຸກຍູ້ສົ່ງເສີມ ອໍານວຍໃຫ້ຜູ້ປະກອບການພາຍໃນປະເທດເຮົາລົງທຶນ ເພື່ອດໍາເນີນທຸລະກິດດັ່ງກ່າວ ແລະ ໃຫ້ນັກທຸລະກິດນີ້ປະກອບສ່ວນສ້າງລາຍຮັບເຂົ້າປະເທດເຮົາ

ທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດ ກອນສິນ ສາກົນ ຈໍາກັດຜູ້ດຽວ ກ່າວຕື່ມວ່າ: ການເຊັນສັນຍາໃນຄັ້ງນີ້ ຈະເປັນການປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນຫຼາຍຂື້ນ ແລະ ເປັນຜົນດີທີ່ໄດ້ຈຳ ໜ່າຍໄຟຟ້າທີ່ເຫຼືຶອ ຫັນເປັນເງິນຕາ ແລະ ສ້າງລາຍຮັບເພີ່ມເຂົ້າງົບປະມານຂອງລັດ

ໂຄງການດັ່ງກ່າວ ແມ່ນໂຄງການທີ່ດີ ໂດຍຕ່າງ ຝ່າຍຕ່າງໄດ້ຜົນປະໂຫຍດ ບໍລິສັດຂອງພວກຂ້າພະເຈົ້າ ແມ່ນພ້ອມທີ່ຈະຮັບມືກັບສິ່ງທ້າທາຍຕ່າງໆ ແລະ ສາມາດເຮັດໃຫ້ໂຄງການດັ່ງກ່າວບັນລຸຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.

ໃນພິທີດັ່ງກ່າວ, ກຸ່ມບໍລິສັດ ກອນສິນ ສາກົນ ຈໍາກັດຜູ້ດຽວ ຍັງໄດ້ປະກອບສ່ວນມອບເງິນສະໜັບສະໜູນ ຈໍານວນ 300,000,000 ກີບ ໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານຄຸ້ມຄອງການທົດລອງຊັບສິນດີຈີຕອນ ຢູ່ ສປປ ລາວ ແລະ ທ່ານ ລັດຖະມົນຕີ ກໍໄດ້ມອບໃບກຽດຕິຄູນໃຫ້ ທ່ານ ອາຊື ກອນສິນ.