ປະຫວັດຄວາມເປັນມາຂອງ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດ. ມີສຳນັກງານຕັ້ງຢູ່ບ້ານເກົ້າຍອດ,ຖະໜົນສາມແສນໄທ,ເມືອງສີສັດຕະນາກ,ນະຄອນຫຼວງວຽງຈັນ

ທ່ານ ອາຊື ກອນສິນ

ທ່ານ ອາຊື ກອນສິນ

ປະຫວັດຫຍໍ້:

 

ທ່ານ ອາຊື ກອນສິນ

ວັນ/ເດືອນ/ປີເກີດ:  01/01/1979

ທ້ອງຖິ່ນກໍາເນີດ:  ແຂວງ ຜົ້ງສາລີ

ສັນຊາດ:  ລາວ

ຊົນເຜົ່າ:  ຫໍ້

ອາຊີບ:  ນັກທຸລະກິດ

ທີ່ປະຈໍາການ:  ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດ

ດໍາລົງຕໍາແໜ່ງ:  ປະທານໃຫຍ່

ການສືກສາ: ປະລິນຍາໂທ

ວິຊາສະເພາະ: ບໍລິຫານ ແລະ ຄຸ້ມຄອງອຸດສາຫາກໍາ ແລະ ການຄ້າ

  • 2001 ຈົບ ມະຫາວິທາຍາໄລ ແຫ່ງຊາດ ດ້ານບໍລິຫານທຸລະກິດ.
  • 2001 – 2o12 ດຳເນີນທຸລະກິດ ການຄ້າ ແລະ ການລົງທຶນ.
  • 2012 ໄດ້ສ້າງຕັ້ງ ໂຮງຊວດຈຳ ຈິ່ງເຊີນ, ດຳລົງຕຳແໜ່ງ: ເຈົ້າຂອງວິສາຫະກິດ ແລະ ຜູ້ອຳນວຍການ.
  • 2014 ໄດ້ສ້າງຕັ້ງ ບໍລິສັດ ລາວ ກອນສິນ ຈຳກັດຜູ້ດຽວ, ດຳລົງຕຳແໜ່ງ: ເຈົ້າຂອງວິສາຫະກິດ ແລະ ຜູ້ອຳນວຍການ.
  • 2015 ໄດ້ສ້າງຕັ້ງ ບໍລິສັດ ກອນສິນ ກໍ່ສ້າງ ຈຳກັດຜູ້ດຽວ, ດຳລົງຕຳແໜ່ງ: ເຈົ້າຂອງວິສາຫະກິດ ແລະ ຜູ້ອຳນວຍການ.
  • 2016 ໄດ້ສ້າງຕັ້ງ ບໍລິສັດ ລາວ ກອນສິນ ບໍ່ແຮ່ ຈຳກັດຜູ້ດຽວ, ດຳລົງຕຳແໜ່ງ: ເຈົ້າຂອງວິສາຫະກິດ ແລະ ຜູ້ອຳນວຍການ.
  • 2017 ໄດ້ສ້າງຕັ້ງ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ, ດຳລົງຕຳແໜ່ງ: ເຈົ້າຂອງວິສາຫະກິດ ແລະ ປະທານໃຫຍ່.
  • 2018 ໄດ້ສ້າງຕັ້ງ ບໍລິສັດ ລາວ ຢັ້ງສື້ມີເດຍສາກົນ ຈຳກັດຈຳກັດ, ດຳລົງຕຳແໜ່ງ: ເຈົ້າຂອງວິສາຫະກິດ ແລະ ຜູ້ອຳນວຍການ.
  • 2018 ໄດ້ສ້າງຕັ້ງ ບໍລິສັດ ຢາສູບ ອາຊີສາກົນ ຈຳກັດ, ດຳລົງຕຳແໜ່ງ: ເຈົ້າຂອງວິສາຫະກິດ ແລະ ຜູ້ອຳນວຍການ.
  • 2019 ໄດ້ສ້າງຕັ້ງ ບໍລິສັດ ກອນສິນພັດທະນາອະສັງຫາລິມະຊັບ ຈຳກັດ, ດຳລົງຕຳແໜ່ງ: ເຈົ້າຂອງວິສາຫະກິດ ແລະ ຜູ້ອຳນວຍການ.
  • 2019 ໄດ້ສ້າງຕັ້ງ ບໍລິສັດ ລາວ ສາກົນ ບໍ່ແຮ່ ຈໍາກັດຜູ້ດຽວ, ດຳລົງຕຳແໜ່ງ: ເຈົ້າຂອງວິສາຫະກິດ ແລະ ຜູ້ອຳນວຍການ.
  • 2019 ໄດ້ສ້າງຕັ້ງ ບໍລິສັດ ລາວ ໂບຣກເກີ ປະກັນໄພ ຈຳກັດຜູ້ດຽວ, ດຳລົງຕຳແໜ່ງ: ເຈົ້າຂອງວິສາຫະກິດ ແລະ ຜູ້ອຳນວຍການ.
  • 2019 ໄດ້ສ້າງຕັ້ງ ບໍລິສັດ ກອນສິນ ໂດຍສານ ຈຳກັດຜູ້ດຽວ, ດຳລົງຕຳແໜ່ງ: ເຈົ້າຂອງວິສາຫະກິດ ແລະ ຜູ້ອຳນວຍການ.
  • 2020 ໄດ້ສໍາເລັດການສຶກສາປະລິນຍາໂທດ້ານການບໍລິຫານທຸລະກິດ ແລະ ຄຸ້ມຄອງອຸດສາຫາກໍາ ແລະ ການຄ້າຈາກມະຫາວິທະຍາໄລຢຸນນານ.

ໂປຟາຍເຈົ້າຂອງບໍລິສັດ

ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ

ໄດ້ສ້າງຕັ້ງຂື້ນໃນວັນທີ 23/11/2017 ໂດຍໄດ້ຮັບອະນຸຍາດຈາກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 1138 /ຈທວ. ດຳເນີນທຸລະກິດດ້ານ: ພັດທະນາອະສັງຫາລິມະຊັບສະເພາະດ້ານປຸກຕຶກ, ອາຄານ, ອາພາດເມັນ ເພື່ອໃຫ້ເຊົ່າ ຫຼື ຂາຍ. ບໍລິຫານຈັດການວິສາຫະກິດໃນກຸ່ມ. ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ ປະກອບມີ 11 ບໍລິສັດ ຄື:

1, ໂຮງຊວດຈຳ ຈິ່ງເຊີນ, ໄດ້ສ້າງຕັ້ງຂື້ນໃນວັນທີ 3/8/2012 ໂດຍໄດ້ຮັບອະນຸຍາດ ຈາກພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ເລກທີ 2222 /ຫຈທ ແລະ ທະນາຄານແຫ່ງ ສປປ ລາວ ເລກທີ 13/ກຄສງ, ດຳເນີນທຸລະກິດດ້ານ: ບໍໍລິການການເງິນ ແລະ ຮັບຈຳນຳວັດຖຸມີຄ່າ.

2, ບໍລິສັດ ລາວ ກອນສິນ ຈຳກັດຜູ້ດຽວ, ໄດ້ສ້າງຕັ້ງຂື້ນ ໃນວັນທີ 17/6/2014 ໂດຍໄດ້ຮັບອະນຸຍາດ ຈາກພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ, ໃບທະບຽນວິສາຫະກິດ ເລກທີ 0531/ຈທວ,ດຳເນີນທຸລະກິດດ້ານ: ຊື້-ຂາຍສິນຄ້າອອນລາຍ ແລະ ເປັນຕົວແທນຈໍາໜາຍ ແລະ ຂາຍສິນຄ້າໃຫ້ລູກຄ້າ ທັງພາຍໃນ ແລະ ຕ່າງປະເທດ. ຕິດຕັ້ງ-ສ້ອມແປງອຸປະກອນໄອຊີທີ. ສ້າງ ແລະ ບໍລິການຊອບແວ. ນຳເຂົ້າ ແລະ ສົ່ງອອກ (ຜະລິດຕະພັນ ກະສີກຳ ຫັດທະກຳ ອຸດສາຫະກຳ ແຮ່ທາດທີ່ໄດ້ຮັບການປຸ່ງແຕ່ງແລ້ວ)

3, ບໍລິສັດ ກອນສິນ ກໍ່ສ້າງ ຈຳກັດຜູ້ດຽວ, ໄດ້ສ້າງຕັ້ງຂື້ນ ໃນວັນທີ 14/9/2015 ໂດຍໄດ້ຮັບອະນຸຍາດຈາກພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໃບທະບຽນວິສາຫະກິດ ເລກທີ 0672/ຈທວ, ດຳເນີນທຸລະກິດດ້ານ: ກໍ່ສ້າງ ແລະ ສ້ອມແປງ ເຄຫາສະຖານ, ຂົວ-ທາງ.

4, ບໍລິສັດ ລາວ ກອນສິນ ບໍ່ແຮ່ ຈຳກັດຜູ້ດຽວ, ໄດ້ສ້າງຕັ້ງຂື້ນ ໃນວັນທີ 6/9/2016 ໂດຍໄດ້ຮັບອະນຸຍາດຈາກພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໃບທະບຽນວິສາຫະກິດ ເລກທີ 764/ຈທວ, ດຳເນີນທຸລະກິດດ້ານ: ບໍລິການຊອກຄົ້ນ, ສຳຫຼວດ, ຂຸດຄົ້ນ, ຫີນ-ຊາຍ ແລະ ແຮ່ທາດ.

5, ບໍລິສັດ ລາວຢັ້ງສື້ ມີເດຍສາກົນ ຈຳກັດ, ໄດ້ສ້າງຕັ້ງຂື້ນ ໃນວັນທີ 23/8/ 2018 ໂດຍໄດ້ຮັບອະນຸຍາດຈາກພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໃບທະບຽນວິສາຫະກິດ ເລກທີ 0842/ຈທວ, ດຳເນີນທຸລະກິດດ້ານ: ປ້າຍໂຄສະນາໃຫ້ເຊົ່າ, ອອກແບບໂຄສະນາສິນຄ້າ ແລະ ບໍລິການ, ຈັດງານຟ້ອນສິນລະປະວັດທະນະທຳ, ຈັດງານອີ່ເວັນ ແລະ ຜະ ລິດລາຍການໂທລະພາບ.

6, ບໍລິສັດ ຢາສູບ ອາຊີສາກົນ ຈຳກັດ, ໄດ້ສ້າງຕັ້ງຂື້ນ ໃນວັນທີ 24/12/ 2018, ໂດຍໄດ້ຮັບອານຸຍາດຈາກ ສະພາບໍລິຫານເສດຖະກິດ ນະຄອນຫຼວງວຽງຈັນ ໃບທະບຽນວິສາ ຫະກິດ ເລກທີ 058/ນອຄວ, ດຳເນີນທຸລະກິດດ້ານ: ນຳເຂົ້າວັດຖຸດິບ ຜະລິດເຄິ່ງສຳເລັດຮູບ ແລະ ສຳເລັດຮູບຢາສູບສົ່ງອອກຕ່າງປະເທດ.

7, ບໍລິສັດ ກອນສິນ ພັດທະນາອະສັງຫາລິມະຊັບ ຈຳກັດ, ໄດ້ສ້າງຕັ້ງຂື້ນ ໃນລົງວັນທີ 23/01/ 2019 ໂດຍໄດ້ຮັບອະນຸຍາດຈາກພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໃບທະບຽນວິສາຫະກິດ ເລກທີ 0067/ຈທວ, ດຳເນີນທຸລະກິດດ້ານ: ພັດທະນາອະສັງຫາລິມະຊັບສະເພາະດ້ານ: ປຸກຕຶກ, ອາຄານ, ອາພາດເມັນ ເພື່ອໃຫ້ເຊົ່າ ຫຼື ຂາຍ.

8, ບໍລິສັດ ລາວ ສາກົນ ບໍ່ແຮ່ ຈໍາກັດຜູ້ດຽວ, ໄດ້ສ້າງຕັ້ງຂື້ນ ໃນວັນທີ 27/08/2019 ໂດຍໄດ້ຮັບອະນຸຍາດຈາກກົມ ທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ, ໃບທະບຽນວິສາຫະກິດ ເລກທີ 1422 /ຈທວ, ດຳເນີນທຸລະກິດດ້ານ: ທີ່ປຶກສາ, ບໍລິການທາງດ້ານແຮ່ທາດ, ຈຳໜ່າຍແຮ່ທາດຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

9, ບໍລິສັດ ລາວ ໂບຣກເກີ ປະກັນໄພ ຈຳກັດຜູ້ດຽວ, ໄດ້ສ້າງຕັ້ງຂື້ນ ໃນວັນທີ 30/08/2019 ໂດຍໄດ້ຮັບອະນຸຍາດຈາກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ, ໃບທະບຽນວິສາຫະກິດ ເລກທີ 1467/ຈທວ, ດຳເນີນທຸລະກິດດ້ານ:  ຂາຍປະກັນໄພທົ່ວໄປ, ບໍລິການແກ້ໄຂອຸປະຕິເຫດ, ຝຶກອົບຮົມການແກ້ໄຂອຸປະ ຕິເຫດ.

10, ບໍລິສັດ ກອນສິນໂດຍສານ ຈຳກັດຜູ້ດຽວ, ໄດ້ສ້າງຕັ້ງຂື້ນ ໃນວັນທີ 29/11/2019 ໂດຍໄດ້ຮັບອະນຸຍາດຈາກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ, ໃບທະບຽນວິສາຫະກິດ ເລກທີ 2224/ຈທວ, ດຳເນີນທຸລະກິດດ້ານ:  ບໍລິການຂົນສົ່ງ ໂດຍສານ ພາຍໃນປະເທດ, ບໍລິການຂົນສົ່ງໂດຍສານຕ່າງປະເທດ.

ຄວາມໝາຍ ແລະ ຄວາມສໍາຄັນຂອງໂລໂກ້

 

ສ່ວນປະກອບຂອງໂລໂກ້ມີ: ໜ່ວຍຕາເວັນ, ແສງຕາເວັນ, ພູຜາ ແລະ ແມ່ນ້ຳ, ໜ່ວຍໂລກ,ເຊື່ງມີຄວາມໝາຍດັ່ງນີ້:

ຮູບດວງຕາເວັນ ໝາຍເຖິງ: ຕາເວັນຍາມເຊົ້າ, ໄດ້ຂື້ນຕະຫຼອດ.
ຮູບແສງຕາເວັນ ໝາຍເຖິງ: ສະຫວ່າງສ່ອງໃສ່, ທົ່ວເຖິງແຜ່ນດິນ.
ຮູບພູຜາ ແລະ ແມ່ນ້ຳ ໝາຍເຖິງ: ພູຜາແມ່ນ້ຳ, ສະຫງ່າຜ່າເຜີຍ.
ຮູບວົງກົມອອ້ມໂລໂກ ໝາຍເຖິງ: ໄປໄດ້ທົ່ວໂລກ, ຈະເລີນຮຸ່ງເຮືອງ.

 

ຄວາມໝາຍ ແລະ ຄວາມສໍາຄັນສັນຍາລັກຂອງໂລໂກ້ແມ່ນ: ຄວາມກ້າວໜ້າຂອງກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ, ປຽບເໝືອນ ຕາເວັນຍາມເຊົ້າ, ໄດ້ຂື້ນຕະຫຼອດ. ການບໍລີການທີ່ປະທັບໃຈຂອງກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ ປຽບເໝືອນ ສະຫວ່າງສ່ອງໃສ່, ທົ່ວເຖິງແຜ່ນດິນ. ຄວາມແຂງແກນຂອງກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ ປຽບເໝືອນ ພູຜາແມ່ນ້ຳ, ສະຫງ່າຜ່າເຜີຍ. ຄວາມກ້ວາງຂວາງຂອງກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ ປຽບເໝືອນ ໄປໄດ້ທົ່ວໂລກ, ຈະເລີນຮຸ່ງເຮືອງ.