ໃນວັນທີ 10/11/2023, ອີງຕາມຂໍ້ຕົກລົງຂອງທ່ານ ອາດສິພັງທອງ ສີພັນດອນ ເຈັ້າຄອງນະຄອນຫຼວງວຽງຈັນ, ຕ່າງໜ້າໂດຍ ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານ ສະພາປະຈຳນະຄອນຫຼວງວຽງຈັນ ໄດ້ຈັດພີທີມອບຮັບການຍ້ອງຍໍ ໃຫ້ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ແລະ 83 ວິສາຫະກິດ ທີ່ໄດ້ຄັດເລືອກເປັນຫົວໜ່ວຍທຸລະກິດ 5 ດີ ຂົງເຂດອຸດສາຫະກຳ ແລະ ການຄ້າ ປະຈຳປີ 2022 ຂອງ ນະຄອນຫຼວງວຽງຈັນ.

ເພື່ອເປັນການຍ້ອງຍໍສັນລະເສີນ ຜູ້ມີຜົນງານດີເດັ່ນໃນການປະຕິບັດຕາມມາດຕະຖານ ເງື່ອນໄຂທຸລະກິດ 5 ດີ ແລະ ຄຸນງາມຄວາມດີໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ນະຄອນຫຼວງວຽງຈັນ.