ໃນວັນທີ 2/7/2020 ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດ ໄດ້ມອບເງິນຊ່ວຍເຫຼືອ ຈຳນວນ 5000000 ກີບ ໃຫ້ກົມປະເມີນຜົນ ແລະ ພັດທະນາລັດຖະກອນ ກະຊວງພາຍໃນ ເພື່ອຮັບໃຊ້ກອງປະຊຸມໃຫຍ່ຂອງຫນ່ວຍພັກ ແລະ ສ້າງຂະບວນການຕ້ອນຮັບກອງປະຊຸມກົມປະເມີນຜົນ ແລະ ພັດ ທະນາລັດຖະກອນທີ່ຈະມາເຖິງ ຮັບໂດຍ ທ່ານ ບຸນຈັນ ນີຍະວົງ ຫົວໜ້າກົມພ້ອມດ້ວຍຄະນະ ທ່ານໄດ້ສະແດງ ຄວາມຂອບໃຈຢ່າງສູງມາຍັງກຸ່ມບໍລິສັດ ລາວ ກອນສິນ ສາກົນ ທີ່ໄດ້ປະກອບສວນຊ່ວຍເຫຼືອໃນຄັ້ງນີ້ ສຸດທ້າຍນີ້ ທ່ານ ອາຊື ກອນສິນ ກະໄດ້ອວຍພອນໃຫ້ກອງປະຊຸມຈົ່ງປະສົບຜົນສຳເລັດ ຕາມລະດັບຄາດຫມາຍທີ່ວາງໄວ້.