ໃນວັນທີ30/03/2019,ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດລາວ ກອນສິນສາກົນ ຈຳກັດ ໄດ້ເຂົ້າຮ່ວມພິທີມອບຂັນລາງວັນການແຂ່ງຂັນກິລາກ໊ອຟ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ58ປີ (5/4/1961-5/4/2019), ຊິງຂັນພະນະທ່ານຮອງນາຍົກ ປອ.ສອນໄຊ ສີພັນດອນ ທີ່ສະນາມກ໊ອຟ ລອງວຽງ ໂດຍມີກຽດເຂົ້າຮ່ວມ ທ່ານ ປອ.ສອນໄຊ ສີພັນດອນ ຮອງນາຍົກ, ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງ ປກສ, ທ່ານ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະກະຊວງປກສ ແລະ ບັນດາທ່ານລັດຖະມົນຕີກະຊວງຕ່າງໆ ແລະ ບັນດາທ່ານແຂກທີ່ມີກຽດ. ໃນພິທີດັ່ງກ່າວ ພະນະທ່ານ ປອ.ສອນໄຊ ສີພັນດອນ ໄດ້ມອບຂັນລາງວັນການແຂ່ງຂັນກິລາກ໊ອຟ ໃຫບັນດາທ່ານນັກກິລາແຂ່ງຂັນທີ່ໄດ້ຊະນະ.ໃນໂອກາດນີ້ ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປກສ ແລະ ທ່ານ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ໄດ້ຍ້ອງຍໍ ແລະ ສະແດງຄວາມຂອບໃຈ ມາຍັງທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດລາວ ກອນສິນສາກົນ ຈຳກັດ ພ້ອມທັງບັນດາບໍລິສັດທີ່ມີຜົນງານໃຫຍ່ຫຼວງ. ທ່ານລັດຖະມົນຕິ ແລະ ຮອງລັດຖະມົນຕີກໍໄດ້ຖືເປັນກຽດມອບໃບກຽດຕິຄຸນ ແລະ ຮຽນເຊີນບັນດາທ່ານຮ່ວມຮັບປະທານອາຫານທ່ຽງດ້ວຍ.

ກຸ່ມບໍລິສັດລາວ ກອນສິນສາກົນ ຈໍາກັດ

ພິທີມອບຂັນລາງວັນແຂ່ງຂັນກິລາກອ໊ບຟ

ກຸ່ມບໍລິສັດລາວ ກອນສິນສາກົນ ຈໍາກັດ

ພິທີມອບຂັນລາງວັນແຂ່ງຂັນກິລາກອ໊ບຟ

ພິທີມອບຂັນລາງວັນແຂ່ງຂັນກິລາກອ໊ບຟ

ກຸ່ມບໍລິສັດລາວ ກອນສິນສາກົນ ຈໍາກັດ

ພິທີມອບຂັນລາງວັນແຂ່ງຂັນກິລາກອ໊ບຟ

ພິທີມອບຂັນລາງວັນແຂ່ງຂັນກິລາກອ໊ບຟ

ພິທີມອບຂັນລາງວັນແຂ່ງຂັນກິລາກອ໊ບຟ

ພິທີມອບຂັນລາງວັນແຂ່ງຂັນກິລາກອ໊ບຟ