ໃນວັນທີ 26/2/2020 ທ່ານ ຄຳສຸກ ແສງມີໄຊ ຫົວໜ້າອົງການໄອຍະການນະຄອນຫຼວງວຽງຈັນພ້ອມດ້ວຍ ຄະນະ ໄດ້ຈັດພິທີມອບ-ຮັບ ເຄື່ອງຈັກບອບບີ້ ຈາກການຊ່ວຍເຫຼືອຂອງ ທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດ.
ໃນພິທີດັ່ງກ່າວ ທ່ານ ຄຳສຸກ ແສງມີໄຊ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດ ລາວ ກອນສິນ ສາກົນ ທີ່ມີ ນ້ຳໃຈມາຊ່ວຍເຫຼືອເຄື່ອງຮັບໃຊ້ຫ້ອງການ ຈັກບອບບີ້ຈຳນວນ 01 ເຄື່ອງ ເພື່ອ ຮັບໃຊ້ວຽກງານຫ້ອງການ, ທ່ານຍັງໄດ້ຕີລາຄາສູງນຳທ່ານປະທານ ອາຊື ກອນສິນ ມີຜົນງານໃຫ້ພັກ-ລັດເລື້ອຍມາ.
ທ່ານປະທານ ອາຊື ກອນສິນ ໄດ້ສະແດງຄວາມດີໃຈນຳ ໄດ້ປະກອບສວນຊ່ວຍເຫຼືອພັກ-ລັດ ກໍຄືອົງການ ໄອຍະການນະຄອນຫຼວງວຽງຈັນ ວັງວ່າ ວຽກງານໃນອົງການໄອຍະການນະຄອນຫຼວງວຽງຈັນ ໄດ້ຮັບຄວາມສະ ດວກຂື້ນ ທ່ານປະທານ ອາຊື ກອນສິນ ຍັງອວຍພອນໄຊອັນປະເສີດໃຫ້ທ່ານ ຄຳສຸກ ແສງມີໄຊ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ ແລະ ປະຕິບັດໜ້າທີ່ວຽກງານ ໃຫ້ໄດ້ປະສົບຜົນສໍາເລັດທຸກໆວຽກງານ.