ໃນວັນທີ 17/08/2022 ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະດັບຫຼຽນກາ ປກສ ແລະ ມອບໃບຍ້ອງຍໍ ໃຫ້ ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ກອນສິນ ສາກົນ ຈໍາກັດຜູ້ດຽວ ແລະ ບັນດາທ່ານ ຜູ້ອຳນວຍການ ຜູ້ຕ່າງໜ້າ ຂອງບໍລິສັດທີ່ມີຄຸນງາມຄວາມດີ ແລະ ຜົນງານ ຈຳນວນ 9 ທ່ານ ໂດຍອີງຕາມຂໍ້ຕົກລົງວ່າດ້ວຍ ການມອບຫຼຽນກາ ປກສ ຂອງທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ໃນພິທີດັ່ງກ່າວ ທ່ານ ພົຈວ ຄຳສາຍ ຈັນທະວົງ ໄດ້ຕ່າງໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມ ສະຫງົບ ປະດັບຫຼຽນກາ ປກສ ແລະ ມອບໃບຍ້ອງຍໍ ໃຫ້ບັນດາທ່ານ ຜູ້ອຳນວຍການ ຜູ້ຕ່າງໜ້າຂອງບັນດາບໍລິສັດ, ທ່ານຍັງໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຄຸນງາມຄວາມດີ ແລະ ຜົນງານການປະກອບສ່ວນດັ່ງກ່າວ ຈະໄດ້ຈາລຶກເຖິງຄຸນງາມຄວາມດີ ແລະ ບັນທຶກໄວ້ໃນປື້ມຜົນງານລວມຂອງກຳລັງປ້ອງກັນຄວາມສະຫງົບ.