ໃນວັນທີ 23-09-2019 ທ່ານ ປອ ທອງຈັນ ມະມີໄຊ ຮອງລັດຖະມົນຕີ ກະຊວງພາຍໃນພ້ອມດ້ວຍຄະນະ ໄດ້ມອບໃບຍ້ອງຍໍຕາມຂໍ້ຕົກລົງຂອງ ທ່ານ ຄຳໝັ້ນ ສູນວີເລີດ ລັດຖະມົນຕີກະຊວງພາຍໃນ ໃຫ້ແກ່ ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ ທີ່ໄດ້ປະກອບສ່ວນສະໜັບສະໜູນ ຈຳນວນເງິນ 20,000,000 ກີບໃຫ້ກະຊວງພາຍໃນ ເພື່ອນຳໄປຊ່ວຍເຫຼືອເມືອງສະໜາມໄຊ ແຂວງ ອັດຕະປື ແລະ ມອບໃບຍ້ອງຍໍໃຫ້ແກ່

ທ່ານ ສຸກຖາວອນ ຈັນທະລັງສີ ຮອງປະທານ ບໍລິສັດ ເອັນເອັນ ສຳຫຼວດອອກແບບຮັບເໝົາກໍ່ສ້າງຄົບວົງຈອນ ຈໍາກັດ ທີ່ປະກອບສ່ວນສະໜັບສະໜູນເງິນຈຳນວນ 5,000,000 ກີບ ໃຫ້ກະຊວງພາຍໃນ ເພື່ອນຳໄປຊ່ວຍເຫຼືອໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກໃຕ້.

   ທ່ານ ປອ ທອງຈັນ ມະມີໄຊ ໄດ້ລາຍງານສະພາບການໄພພິບັດນ້ຳຖ້ວນຢູ່ບັນດາແຂວງພາກໃຕ້ ເຮັດໃຫ້ເຮືອນຊານ ບ້ານຊ່ອງ,ໄຮ່ນາ,ຮົ່ວສວນ ຂອງປະຊາຊົນສູນເສຍຫາຍໜັກໜ່ວງໃນອູທົກກະໄພຄັ້ງນີ້ ພ້ອມນັ້ນ ທ່ານ ກໍ່ໄດ້ສະແດງຄວາມຂອບໃຈນຳທັງ 2 ບໍລິສັດທີ່ໄດ້ສະໜັບສະໜູນ ແລະ ແບ່ງປັນນ້ຳໃຈຊ່ວຍເຫຼືອປະຊາຊົນຢ່າງສຸດອົກສຸດໃຈເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເລື່ອຍໆ.