ໃນວັນທີ10/10/2019 ທ່ານ ນາງບົວລອນ ວົງດາລາແສນ ເຈົ້າເມືອງເມືອງຈັນທະບູລີ ພ້ອມດ້ວຍຄະນະ ໄດ້ຈັດພິທີຮັບຕອນ ບໍລິສັດທີ່ສະໜັບສະໜຸນງານບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ປະຈຳປີ2019 ທີ່ທ່າວັດຈັນ ນໍາພາໂດຍ ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈຳກັດ ເຊິ່ງບໍລິຈາກ ເງິນສະຫນັບສະໜູນໂດຍ ບໍລິສັດ ກອນສິນ ພັດທະນາອາສັງຫະລິມະຊັບ ຈຳກັດ ແລະ ບໍລິສັດຕ່າງໆທີ່ມີນ້ຳໃຈ ໄດ້ປະກອບສ່ວນສະໜັບສະໜຸນງານບູນຊ່ວງເຮືອປະຈໍາປີນີ້..
ທ່ານເຈົ້າເມືອງກໍ່ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍບັນດາບໍລິສັດຕ່າງໆ ທີ່ໄດ້ປະກອບສ່ວນນໍ້າໃຈ ສະໜັບສະໜຸນ ງານບຸນຊ່ວງເຮືອປະເພນີ ທີ່ທ່າວັດຈັນ ໃນຄັ້ງນີ້.