ໃນວັນທີ່ 19/09/2019 ທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ກວດກາຄວາມຄືບໜ້າໂຄງການກໍ່ສ້າງ ທາວເວີກອນສິນສາກົນ ທີ່ຕັ້ງຢູ່ບ້ານຫັດສະດີ ເມືອງຈັນທະບູລີ ໃຈກາງຕົວເມືອງນະຄອນຫຼວງວຽງຈັນ,ໂດຍທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດ ພ້ອມດ້ວຍຄະນະໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ.

ທ່ານ ອາຊື ກອນສິນ ໄດ້ລາຍງານສະພາບການຂອງໂຄງການ, ຕັ້ງແຕ່ເດືອນ 3 ປີ2019 ໄດ້ເປີດການກໍ່ສ້າງເປັນເວລາ 6 ເດືອນຜ່ານມາ ໄດ້ສໍາເລັດແລ້ວໂຄງສ້າງຈຳນວນ 8ຊັ້ນ, ທຽບເທົ່າ 60% ຂອງໂຄງການ, ຈະຄາດຄະເນວ່າເ ດືອນ3 ປີ2020 ຈະສໍາເລັດທັງໝົດ ໃຫ້ໄດ້ເປີດນຳໃຊ້ຕາມເປົ້າໝາຍ, ສ່ວນປະກອບຂອງໂຄງການດັ່ງກ່າວມີຄື: ສະຖານທີ່ຈອດລົດ, ຮ້ານຄ້າ, ຫ້ອງການໃຫ້ເຊົ່າ ຫຼື ຂາຍ. ໂຄງການດັ່ງກ່າວເປັນຈຸດສູນລວມຊື້-ຂາຍສີນຄ້າໃນນະຄອນຫຼວງວຽງຈັນ. ທ່ານ ອາຊື ກອນສິນກໍ່ໄດ້ສະແດງຄວາມດີໃຈຫຼາຍ ທີ່ທ່ານເຈົ້າເມືອງພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ກວດກາ ພ້ອມດ້ວຍອວຍພອນໃຫ້ບັນດາທ່ານຈົ່ງມີສຸຂະພາບແຂງແຮງ.

ທ່ານເຈົ້າເມືອງກໍ່ໄດ້ຊົມເຊີຍໂຄງການດັ່ງກ່າວ ມີຄວາມຄືບໜ້າຢ່າງໄວວາ ແລະ ທາງພັກລັດໄດ້ເອົາໃຈໃສ່ ສົງເສີມຊຸກຍູ້ຕະຫຼອດ ເລັ່ງໃຫ້ໂຄງການດັ່ງກ່າວໄດ້ສຳເລັດໂດຍໄວ ພາຍຫຼັງສໍາເລັດແລ້ວ ຈະເຮັດໃຫ້ເສດຖະກິດຂອງນະຄອນຫຼວງໄດ້ດີຂື້ນເທື່ອລະກ້າວ ແລະ ເປັນສິ່ງປຸກສ້າງປະກອບສ່ວນຄວາມງາມ ແລະ ຄວາມຈະເລີນຂອງຕົວເມືອງນະຄອນຫຼວງວຽງຈັນອີກດ້ວຍ.