ວັນທີ 18/02/2020 ກຸ່ມບໍລິສັດ ລາວ ກອນສິນສາກົນ ໄດ້ເປີດພິທີເຊັນສັນຍາຮ່ວມມື ກັບໂຮງງານ ປຸງແຕ່ງຊາ ແສງຄໍາ ລາວລີ ເປັນຕົວແທນຈຳກັດຜູ້ດຽວ ເພື່ອຈໍາໜ່າຍຂາຍຊາບູຮານ 400ປີ ແຂວງຜົ້ງສາລີ ຂອງໂຮງງານ ປຸງແຕ່ງຊາ ແສງຄໍາ ລາວລີ ທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ທີ່ສໍານັກງານໃຫຍ່ຂອງກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດ ຕ່າງໜ້າໂດຍ ທ່ານປະທານ ອາຊື ກອນສິນ ແລະ ທ່ານ ແສງຄໍາ ລາວລີ ຜູ້ອໍານວຍການໃຫຍ່ ໂຮງງານ ປຸງແຕ່ງຊາ ແສງຄໍາ ລາວລີ ພ້ອມດ້ວຍຄະນະເຂົ້າຮ່ວມຢ່າງເປັນທາງການ.