ໃນວັນທີ 13/01/2020 ທ່ານແກ່ນຈັນ ພົມມະຈັກ ຫົວໜ້າກົມຕໍາຫຼວດສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ມອບໃບຊົມເຊີຍ ໃຫ້ທ່ານ ອາຊື ກອນສິນ ປະທານກຸ່ມ ບໍລິສັດ ລາວ ກອນສິນ ສາກົນ ຈໍາກັດ ທີ່ໄດ້ ປະກອບສ່ວນອຸປະຖໍາເຄື່ອງຮັບໃຊ້ຫ້ອງການ ທີ່ມີຜົນງານ ແລະ ໄດ້ບັນທືກໄວ້ໃນປື້ມຜົນງາມລວມຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ທ່ານ ປະທານ ອາຊື ກອນສິນ ຍັງອວຍພອນໄຊ ອັນປະເສີດໃຫ້ ທ່ານແກ່ນຈັນ ພົມມະຈັກ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ ແລະ ປະຕິບັດໜ້າທີ່ວຽກງານ ປ້ອງກັນຄວາມສະຫງົບ ໃຫ້ໄດ້ປະສົບຜົນສໍາເລັດທຸກໆວຽກງານ.