ໃນວັນທີ່11/10/2019 ພິທີເປີດງານວາງສະແດງວິທະຍາສາດ ແລະ ເຕັກໂນໂລຊີ ການຮ່ວມມື ພັດທະນາ ອຸດສາຫະກຳ ເຕັກໂນໂລຊີລະດັບສູງ ລາວ-ຈີນ ປີ2019 ຢູ່ທີ່ຫໍປະຊຸມແຫ່ງຊາດ ສປປ ລາວ. ໃນເວລາເປີດງານວາງສະແດງ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສ ປປ ລາວ ແລະ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຄະນະ ໄດ້ເຄື່ອນຍ້າຍຢ້ຽມຢາມຮ້ານວາງສະແດງໂຄງການທາວເວີກອນສິນສາກົນ ຂອງບໍລິສັດ ກອນສິນພັດທະນາອາສັງຫາລິມະຊັບຈຳກັດ (ຂື້ນກັບກຸ່ມບໍລິສັດ ລາວ ກອນສິນ ສາກົນ)


ຮັບຕອນໂດຍ ທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດ ລາວ ກອນສິນ ສາກົນ ພ້ອມດ້ວຍຄະນະ, ທ່ານ ອາຊື ກອນສິນ ໄດ້ລາຍງານສະພາບການຂອງໂຄງການໃຫ້ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຊາບ ຕັ້ງແຕ່ເດືອນ3 ປີ2019 ເປີດການກໍ່ສ້າງຜ່ານມາ ໄດ້ສໍາເລັດແລ້ວໂຄງສ້າງຈຳນວນ 8ຊັ້ນ, ທຽບເທົ່າ 70% ຂອງໂຄງການ, ຈະຄາດຄະເນວ່າຈະສໍາເລັດໃນເດືອນ3 ປີ2020 ໃຫ້ໄດ້ເປີດນຳໃຊ້ຕາມເປົ້າໝາຍຄື: ສະຖານທີ່ຈອດລົດ, ຮ້ານຄ້າ, ຫ້ອງການໃຫ້ເຊົ່າ ຫຼື ຂາຍ. ທ່ານ ອາຊື ກອນສິນກໍ່ໄດ້ສະແດງຄວາມດີໃຈຫຼາຍນຳທ່ານຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ໄດ້ເຄື່ອນຍ້າຍຢ້ຽມຢາມ ຮ້ານວາງສະແດງ ພ້ອມດ້ວຍອວຍພອນໃຫ້ບັນດາທ່ານຈົ່ງມີສຸຂະພາບແຂງແຮງ ແລະ ວຽກງານໄດ້ປະສົບຜົນສຳເລັດທຸກຢ່າງ.


ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງຊາດ ສປປ ລາວ ກໍ່ໄດ້ຍ້ອງຍໍຊົມເຊີຍໂຄງການດັ່ງກ່າວມີຄວາມຄືບໜ້າ ແລະ ທາງພັກລັດກໍ່ໄດ້ເອົາໃຈໃສ່ສົ່ງເສີມ ວັງວ່າ ໂຄງການດັ່ງກ່າວໄດ້ຮັບຜົນສຳເລັດໂດຍໄວຕາມເປົ້າໝາຍ.