ໃນວັນທີ4/11/2019 ທ່ານ ນາງບົວລອນ ວົງດາລາແສນ ເຈົ້າເມືອງເມືອງຈັນທະບູລີ ພ້ອມດ້ວຍຄະນະ ໄດ້ຈັດພິທີສະເຫຼີມສະຫຼອງຜົນສຳເລັດງານບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ປະຈຳປີ2019 ທີ່ຫ້ອງການປົກຄອງເມືອງຈັນທະບູລີ, ໄດ້ມີບັນດາຜູ້ຕ່າງໜ້າພະແນກຕ່າງໆ ແຂກ ຫ້າງຮ້ານ ບໍລິສັດທີ່ຖືກ ເຊື້ອເຊີນເຂົ້າຮ່ວມ ໃນພິທີດັ່ງກ່າວ ທ່ານເຈົ້າເມືອງໄດ້ຍ້ອງຍໍຊົມເຊີຍ ບັນດາພະແນກຕ່າງໆ ແຂກ ຫ້າງຮ້ານ ບໍລິສັດທີ່ໄດ້ປະກອບສ່ວນຜົນງານ ແລະ ໃຫ້ການສະໜັບສະໜູນ ທ່ານເຈົ້າເມືອງກໍໄດ້ມອບໃບຍ້ອງຍໍໃຫ້ທ່ານ ອາຊື ກອນສິນ ປະທານ ກຸ່ມບໍລິສັດ ລາວ ກອນສິນ ສາກົນ,ບໍລິສັດ ກອນສິນ ພັດທະນາອາສັງຫະລິມະຊັບ ຈຳກັດ ແລະ ບັນດາທ່ານ ຫ້າງຮ້ານ ບໍລິສັດທີ່ມີຜົນງານ ເພື່ອສະແດງຄວາມຂອບໃຈ ແລະ ຊົມເຊີຍ ງານບຸນອອກພັນສາ ປະວໍລະນາ ແລະ ງານບຸນຊ່ວງເຮືອປະເພນີ ໄດ້ຮັບຜົນສຳເລັດໃນຄັ້ງນີ້.