ວັນທີ 29-07-2019 ທ່ານ ຄໍາສຸກ ບຸນຍະວົງ ຮອງປະທານອົງການກວດກາລັດຖະບານ ຜູ້ແທນສະພາແຫ່ງຊາດ ປະຈໍາແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບເງິນປະກອບສ່ວນຊ່ວຍເຫລືອໂຄງການກໍ່ສ້າງຫໍພິພິດທະພັນຊົນເຜົ່າຢ້າງແຂວງຜົ້ງສາລີ ຈາກ ທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດລາວ ກອນສິນ ສາກົນ ຈໍາກັດ,ໂດຍມີ ທ່ານ ໄຊຄໍາ ອຸ່ນມີໄຊ ຮອງປະທານອົງການກວດກາລັດຖະບານພ້ອມດ້ວຍພັນລະຍາ ແລະ ຄະນະ, ທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດລາວ ກອນສິນ ສາກົນ ຈໍາກັດ ພ້ອມດ້ວຍຄະນະເຂົ້າຮ່ວມ ໃນພິທີດັ່ງກ່າວ ທ່ານ ຄໍາສຸກ ບຸນຍະວົງ ໄດ້ໃຫ້ການຮັບຕ້ອນ ແລະ ໂອລົມສະພາບການພັດທະນາໂຄງການກໍ່ສ້າງຫໍພິພິທະພັນ ຊົນ ເຜົ່າຢ້າງຢູ່ແຂວງຜົ້້ງສາລີ ເຊິ່ງທ່ານໄດ້ເຫັນຄວາມສໍາຄັນເຖິງຮິດຄອງປະເພນີຂອງຊົນເຜົ່າຢ້າງ ທີ່ຄວນຮ່ວມກັນອານຸລັກ ແລະ ປົກປັກຮັກສາໄວ້ໃຫ້ເປັນມູນເຊື້ອວັດທະນະທໍາອັນດີງາມຂອງຊາດລາວ ແລະ ທ່ານປະທານ ອາຊື ກອນສິນ ໄດ້ມອບເງິນຊ່ວຍເຫຼືອໂຄງການກໍ່ສ້າງຫໍວັດທະນະທໍາຊົນເຜົ່າຢ້າງຈໍານວນໜຶ່ງ ເພື່ອສົມທົບທຶນກໍ່ສ້າງຫໍວັດທະນະທໍາດັ່ງກ່າວ. ນອກນີ້ ທ່ານປະທານ ອາຊື ຍັງໄດ້ປະກອບຄໍາເຫັນ ແລະ ໃຫ້ຄໍາອວຍພອນໃຫ້ ແກ່ທ່ານ ຄໍາສຸກ ບຸນຍະວົງ ພ້ອມດ້ວຍຄະນະ ຈົງມີສຸຂະພາບແຂງແຮງ ແລະ ກໍ່ສ້າງໂຄງການດັ່ງກ່າວໄດ້ຮັບຜົນສຳເລັດໂດຍໄວ.