ໃນວັນທີວັນທີ 14/11/2019 ກຸ່ມບໍລິສັດ ລາວ ກອນສິນສາກົນຈໍາກັດ ໄດ້ຈັດພິທີເຊັນສັນຍາຮ່ວມມື ກັບ ບໍລິສັດ ພັດທະນາ ສິນຢູ ສາກົນ ຈໍາກັດ, ເພື່ອຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ - ປຸງແຕ່ງແຮ່ຫາຍາກ ( Rare earth ) ແລະ ແຮ່ຕິດພັນ ໃນ ສປປ ລາວ ໂດຍ ທ່ານ ອາຊື ກອນສິນ ປະທານໃຫຍ່ ກຸ່ມບໍລິສັດ ລາວ ກອນສິນ ສາກົນ ຈໍາກັດ ພ້ອມດ້ວຍຄະນະ ແລະ ທ່ານ Lyu qingxing ຜູ້ອຳນວຍການໃຫຍ່ ແລະ  ທ່ານ Cheng zhonghan ຮອງຜູ້ຈັດ ການຂອງບໍລິສັດ ພັດທະນາ ສິນຢູ ສາກົນ ຈໍາກັດ (ບໍລິສັດ ສິນຢູ ວິທະຍາສາດເຕັກໂນໂລຊີ ລິນເຕີ ຈໍາກັດ, ບໍລິສັດ ເຫຼົ້າ ມົງຫຼົງຊູນ ລິນເຕີ ຈໍາກັດ, ບໍລິສັດ ເຫຼັກ ຫຼົງຊວນທຽນຢູ ຈຳກັດ, ບໍລິສັດ ພັດທະນາອາສັງຫາລິມະຊັບ ລິເຕີຫົງຕູ ຈຳກັດ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ທ່ານ ອາຊື ກອນສິນ ໄດ້ສະແດງຄວາມດີໃຈ ທ່ານ Lyu qingxing ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງ ກຸ່ມບໍລິສັດ ລາວ ກອນສິນສາກົນ ຈໍາກັດ ແລະ ປະກອບຄຳເຫັນວ່າ: ໃນໄລຍະຜ່ານມາ ທັງສອງບໍລິສັດໄດ້ປຶກສາຫະລື ຫຼາຍເທື່ອ ໂດຍຜູ້ນຳທັງສອງບໍລິສັດໄດ້ເອົາໃຈໃສ່ ແລະ ຮັບຮູ້ວ່າ ຄວາມສຳຄັນໃນການຮ່ວມມືຄັ້ງນີ້, ຈະນຳເອົາເຕັກນິກ ທີ່ທັນສະໄໝໃຊ້ໃນການ ຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ - ປຸງແຕ່ງແຮ່ຫາຍາກ ( Rare earth ) ໂດຍບໍ່ຜົນກະທົບຕໍ່ ສິ່ງແວດລ້ອມ ຈະເປັນຜົນດີຕໍ່ສັງຄົມ ແລະ ປະເທດ.

ທ່ານ Lyu qingxing ໄດ້ສະແດງຄວາມຂອບໃຈ ນຳກຸ່ມບໍລິສັດ ລາວ ກອນສິນສາກົນ ໄດ້ຮັບຕອນຢ່າງ ອົບອຸ່ນ ແລະ ປະກອບຄຳເຫັນວ່າ: ການເຊັນສັນຍາຮ່ວມມືໃນຄັ້ງນີ້ ມີຄວາມໝາຍສຳຄັນທັງສອງບໍລິສັດ ໄດ້ຮ່ວມແຮງ ຮ່ວມໃຈກັນ ຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ - ປຸງແຕ່ງແຮ່ຫາຍາກ ( Rare earth ) ແລະ ແຮ່ຕິດພັນ ໃນ ສປປ ລາວ ແລະ ຊົມເຊີຍການເຊັນສັນຍາໄດ້ຮັບຜົນສຳເລັດ. ນອກຈາກໂຄງການດັ່ງກ່າວແລ້ວ ພວກເຮົາທັງສອງບໍລິສັດຍັງຈະເພີ້ມ ທະວີການຮ່ວມມືກິດຈະການອື່ນໆຫລາຍຮູບດ້ານ.

ຫຼັງຈາກສໍາເລັດພິທີເຊັນສັນຍາແລ້ວ ທ່ານ ອາຊື ກອນສິນ ຍັງໄດ້ເຊີນ ທ່ານ Lyu qingxing ຜູ້ອຳນວຍ ການໃຫຍ່ ພ້ອມດ້ວຍຄະນະ ຢ້ຽມຢາມໂຄງການກໍ່ສ້າງຕືກອາຄານ ທາວເວີ້ກອນສິນສາກົນ ແລະ ຊົມບາງສະຖານທີ່ ພັດທະນາ ອະສັງຫາລິມະຊັບ ຂອງກຸ່ມບໍລິສັດ ລາວ ກອນສິນສາກົນ. ທ່ານ Lyu qingxing ໄດ້ຍ້ອງຍໍ ແລະ ຊົມເຊີຍ ຄວາມຄືບໜ້າຂອງໂຄງການດັ່ງກ່າວ ແລະ ຜົມສຳເລັດຂອງກຸ່ມບໍລິສັດ ລາວ ກອນສິນ ສາກົນ.

ໃນບັນຍາກາດດ້ວຍມິດຕະພາບທີ່ປະສົມກົມກຽວ, ສອງຝ່າຍບັນລຸໄດ້ຄວາມເຫັນດີເປັນເອກະພາບກັນ ກ່ຽວກັບຫຼັກການ“ ຮ່ວມແຮງຮ່ວມໃຈ ຮ່ວມມືກໍ່ສ້າງ ແລະ ແບ່ງປັນຜົນເຊິ່ງກັນ” ກໍ່ຫວັງວ່າສອງປະເທດຈະເລີນຮຸ່ງເຮືອງຮັ່ງມີ, ການດຳລົງຊີວິດປະຊາຊົນໄດ້ມີຄວາມສະຫງົບ ແລະ ຄວາມສຸກ ຈະເປັນເພືອນມິດຮັກແພງກັນຕະ ຫຼອດໄປ.